ຄະນະເພສັຊສາດ ຂໍສະແດງຄວາມຊົມເຊີຍ ທ້າວ ຊໍລີ ເຈີຕາລີ ນັກສຶກສາເພສັຊສາດ ປີທີ 4 ສາຂາວິທະຍາສາດເພສັຊກັມ ທີ່ໄດ້ຮັບທຶນ ຈາກກອງທຶນ BIODERMA ໄປຝຶກງານທີ່ພະແນກ Research and Development (R&D) ຂອງຫ້ອງແລັບ NAOS ເມືອງ Aix-En Provence ປະເທດ ຝຣັ່ງ ເປັນໄລຍະເວລາ 2 ເດືອນ.
La Faculté de Pharmacie tient à féliciter Mr. Sorlee JERTALEE, étudiante en 4ème année de pharmacie au sein du programme de Sciences pharmaceutiques, qui a reçu une bourse de la Fondation BIODERMA pour effectuer un stage de 2 mois au Département Recherche et Développement (R&D), NAOS Les Laboratoires à Aix-en-Provence, France.

ກິດຈະກຳຊາວຫນຸ່ມ ຄພຊ

ຊາວຫນຸ່ມຄະນະເພສັຊສາດ ແລະ ຊາວຫນຸ່ມມະຫາວິທະຍາໄລ ວິທະຍາສາດສຸຂະພາບ ເຂົ້າຮ່ວມກິດຈະກຳມອບເຄື່ອງຊ່ວຍເຫລືອຈາກການຈັດງານຊາວຫນຸ່ມປະຈຳປີ ຄັ້ງທີ 1 ແລະ ເຜີຍແຜ່ຜົນຮ້າຍຈາກການໃຊ້ສານເສບຕິດໃຫ້ໂຮງຮຽນປະຖົມບ້ານນາລັງ ເມືອງເຟືອງ ແຂວງວຽງຈັນ ຄັ້ງວັນທີ 28 ມີນາ 2025

ອ່ານຕໍ່

ກິດຈະກຳຕ້ອນຮັບວັນແມ່ຍິງ

ໃນ ວັນທີ 01 ມີນາ 2025, ອາຈານ ແລະ ນັກສຶກສາ ຄະນະເພສັຊສາດ ໄດ້ເຂົ້າຮ່ວມຂະບວນການອອກແຮງງານ ຂອງ 3 ອົງການຈັດຕັ້ງມະຫາຊົນເພື່ອຂຳນັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິຫວັດລາວຄົບຮອບ 70 ປີ, ກອງປະຊຸມໃຫຍ່ຄະນະພັກຮາກຖານ ມວສ ຄັ້ງທີ IV, ສະຫຼອງວັນແມ່ຍິງສາກົນຄົບຮອບ 115 ປີ, ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 70 ປີ

ອາຈານຄະນະເພສັຊສາດເຂົ້າຮ່ວມຢ້ຽມຢາມ ຄະນະກຳມະການ ອຢ ແລະ ສະພາເພສັຊກັມ ປະເທດໄທ

ຊ່ວງວັນທີ 23 ເຖິງ 27 ມີນາ 2025 ທີ່ຜ່ານມາ ອາຈານຄະນະເພສັຊສາດໄດ້ເຂົ້າຮ່ວມຢ້ຽມຢາມ ແລະເຮັດວຽກກັບຄະນະກຳມະການອາຫານ ແລະຢາ, ແລະສະພາເພສັຊກັມແຫ່ງປະເທດໄທ.

ອ່ານຕໍ່

ງານແຂ່ງຂັນກິລາບານເຕະ ມວສ ປະຈຳປີ 2025

ວັນທີ 25 ມີນາ 2025 ຄະນະເພສັຊສາດໄດ້ສົ່ງນັກກິລາບານເຕະທັງຊາຍ ແລະ ຍິງ ເຂົ້າຮ່ວມການແຂ່ງຂັນກິລາບານເຕະຮອບຊິງຊະນະເລີດ

ທີ່ເດີ່ນກິລາບານເຕະວິທະຍາເຂດດົງໂພສີ, ຜົນການແຂ່ງຂັນບານເຕະຊາຍໄດ້ທີ 3, ບານເຕະຍິງໄດ້ທີ 1.

ໃນງານດັ່ງກ່າວມີທ່ານຄະນະບໍດີ ພ້ອມດ້ວຍຄະນະ, ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມໃຫ້ກຳລັງໃຈທັບນັກກິລາໃນຄັ້ງນີ້ດ້ວຍ.

 

ພິທີປະຖົມນິເທດນັກສຶກສາເພສັຊສາດປີທີ 1 ສົກສຶກສາ 2023-24

ວັນທີ 20/10/2023: ຄະນະເພສັຊສາດເປີດປະຖົມນິເທດໃຫ້ແກ່ນັກສຶກສາເພສັຊສາດປີທີ 1 ສົກສຶກສາ 2023-24 ທັງ 4 ຫລັກສູດຄື: ຫລັກສູດປະລິນຍາຕີສາຂາວິທະຍາສາດເພສັຊກັມ, ບໍລິບານເພສັຊກັມ, ການຢາພື້ນເມືອງ ແລະ ອະນຸປະລິນຍາ

ອ່ານຕໍ່

ຄະນະເພສັຊສາດ ຂໍສະແດງຄວາມຍິນດີນຳ ທ່ານ ປອ. ບຸນຊູ ແກ້ວຫາວົງ

ຄູອາຈານ ແລະ ນັກສຶກສາ ຄະນະເພສັຊສາດ ຂໍສະແດງຄວາມຍິນດີນຳ ທ່ານ ປອ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ໃນວາລະໄດ້ຮັບລາງວັນ International Exchange Contribution Award ຈາກມະຫາວິທະຍາໄລນາໂກ້ຢ້າ, ປະເທດຍີ່ປຸ່ນ ປະຈຳປີ 2023

ອ່ານຕໍ່

ຄູອາຈານທີ່ເປັນສິດເກົ່າຂອງຄະນະເພສັຊສາດ, ມະຫາວິທະຍາໄລຂອນແກ່ນ ສະແດງຄວາມຍິນດີ

ຄູອາຈານທີ່ເປັນສິດເກົ່າຂອງຄະນະເພສັຊສາດ, ມະຫາວິທະຍາໄລຂອນແກ່ນ ສະແດງຄວາມຍິນດີກັບ ຜູ້ຊ່ວຍສາດສະດາຈານ ດຣ. ນະຣິນ ຈັນທຣະສິຣິ ທີ່ໄດ້ຮັບຕຳແຫນ່ງຄະນະບໍດີ ຄະນະເພສັຊສາດ, ມະຫາວິທະຍາໄລຂອນແກ່ນ