ອາຈານຄະນະເພສັຊສາດເຂົ້າຮ່ວມຢ້ຽມຢາມ ຄະນະກຳມະການ ອຢ ແລະ ສະພາເພສັຊກັມ ປະເທດໄທ
ຊ່ວງວັນທີ 23 ເຖິງ 27 ມີນາ 2025 ທີ່ຜ່ານມາ ອາຈານຄະນະເພສັຊສາດໄດ້ເຂົ້າຮ່ວມຢ້ຽມຢາມ ແລະເຮັດວຽກກັບຄະນະກຳມະການອາຫານ ແລະຢາ, ແລະສະພາເພສັຊກັມແຫ່ງປະເທດໄທ.


ການໄປຢ້ຽມຢາມໃນຄັ້ງນີ້ມີທ່ານຫົວໜ້າກົມອາຫານ ແລະ ຢາ (ກອຢ), ປະທານວິຊາຊີບເພສັຊກັມ ສະພາວິຊາຊີບສາທາລະນະສຸກສາດ (ສວສ), ຮອງປະທານວິຊາຊີບເພສັຊກັມ ສວສ, ຫົວໜ້າພະແນກຄຸ້ມຄອງການຢາໂຮງໝໍ ກອຢ, ຫົວໜ້າພະແນກຄຸ້ມຄອງຢາຫຼວງ ແລະ ອຸປະກອນການແພດ, ຮອງຫົວໜ້າພະແນກບໍລິຫານ ກອຢ, ຫົວໜ້າຂະແໜງກວດກາຢາ ກອຢ, ຮອງຫົວໜ້າພາກວິຊາຢາພື້ນເມືອງ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ມວສ), ວິຊາການຄະນະເພສັຊສາດ ມວສ, ແລະວິຊາການພະແນກຄຸ້ມຄອງຢາຫຼວງ ແລະອຸປະກອນການແພດ ຮ່ວມເດີນທາງໄປສຶກສາຮຽນຮູ້ ແລະແລກປ່ຽນຂໍ້ມູນທາງດ້ານວຽກງານເພສັຊກັມໃນຫົວຂໍ້ “Meeting on Good Pharmacy Practices”
