ຄະນະເພສັຊສາດ
ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ
ໜ້າຫຼັກ
ສາຂາການຄວບຄຸມຄຸນນະພາບ ຜະລິດຕະພັນເພສັຊກັມ
ຫລັກສູດປະລິນຍາໂທ
ສາຂາການຄວບຄຸມຄຸນນະພາບ ຜະລິດຕະພັນເພສັຊກັມ
ຊື່ ຂອງຫຼັກສູດ
- ພາສາລາວ : ຫຼັກສູດປະລິນຍາໂທເພສັຊສາດ ສາຂາການຄວບຄຸມຄຸນນະພາບຜະລິດຕະພັນເພສັຊກັມ
- ພາສາອັງກິດ: Master of Pharmacy Program in Quality Control of Pharmaceutical Products
ໜ່ວຍງານທີ່ຮັບຜິດຊອບ ຄະນະເພສັຊສາດ, ມະຫາວິທະຍາໄລວິທະຍາສາດສຸຂະພາບ.
ພະແນກບໍລິຫານ ແລະ ວິຊາການ ໂທລະສັບ:021 217865 ຄາດໝາຍຜົນການຮຽນ

ດ້ານຄວາມຮູ້ :
ສ້າງໃຫ້ ນັກສຶກສາຕ້ອງມີຄວາມຮູ້ທາງດ້ານທິດສະດີ ແລະ ຫຼັກການໃນການຄວບຄຸມຄຸນນະພາບຜະລິດ ຕະພັນຢາຫຼວງ, ຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ, ອາຫານ, ອາຫານເສີມ ແລະ ເຄື່ອງສຳອາງ.

ດ້ານທັກສະ:
ຜູ້ສໍາເລັດການສຶກສາໃນສາຂາການຄວບຄຸມຄຸນນະພາບຜະລິດຕະພັນເພສັຊກັມຈະຕ້ອງມີທັກສະ ແລະ ຄວາມສາມາດໃນການຄວບຄຸມຄຸນນະພາບ ບັນດາຜະລິດຕະພັນຢາຫຼວງ, ຢາພື້ນເມືອງ, ອາຫານ ແລະ ເຄື່ອງສຳອາງທີ່ນຳເຂົ້າ, ຜະລິດ ແລະ ວາງຂາຍໃນ ທ້ອງຕະຫຼາດ.

ດ້ານການນຳໃຊ້:
ຜູ້ສໍາເລັດການສຶກສາໃນສາຂາການຄວບຄຸມຄຸນນະພາບຜະລິດຕະພັນເພສັຊກັມຈະຕ້ອງມີຄວາມສາມາດນຳໃຊ້ຄວາມຮູ້ທາງດ້ານທິດສະດີ ແລະຫຼັກການເຂົ້າ ໃນການປະຕິບັດຕົວຈິງກ່ຽວກັບວຽກງານຄວບຄຸມຄຸນນະພາບບັນດາຜະລິດຕະພັນຢາຫຼວງ, ຢາພື້ນເມືອງ, ອາຫານ ແລະ ເຄື່ອງສຳອາງ ທີ່ນຳເຂົ້າ, ຜະລິດ ແລະ ວາງຂາຍໃນທ້ອງຕະຫຼາດ. ພ້ອມກັນນັ້ນຕ້ອງມີຄວາມສາມາດນຳໃຊ້ຄວາມຮູ້ດັ່ງກ່າວເຂົ້າໃນວຽກງານການຄົ້ນຄ້ວາວິທະຍາສາດເພື່ອພັດທະນາຄຸນນະພາບຂອງ ຜະລິດຕະພັນຢາຫຼວງ, ຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ, ອາຫານ, ອາຫານເສີມ ແລະ ເຄື່ອງສຳອາງ.

ດ້ານທັກສະທາງສັງຄົມ:
ຜູ້ສຳເລັດການສຶກສາໃນສາຂາການຄວບຄຸມຄຸນນະພາບຜະລິດຕະພັນເພສັຊກັມຈະຕ້ອງເປັນຜູ້ທີ່ມີຄຸນນະທຳ, ຈາລິຍາທຳ ແລະ ຈັນຍາບັນທາງດ້ານວິຊາຊີບ, ມີຄວາມສາມາດເຮັດວຽກເປັນໝູ່ຄະນະ ແລະ ເຮັດວຽກຮ່ວມກັບອົງການຈັດຕັ້ງສາກົນຢູ່ພາຍໃນ ແລະ ຕ່າງປະເທດໄດ້.
o ຈໍານວນໜ່ວຍກິດລວມ 46 ໜ່ວຍກິດ
o ໄລຍະເວລາກາານສືກສາ 02 ປີ
o ລາຍລະອຽດຫຼັກສູດ