ຄະນະເພສັຊສາດ
ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ
ໜ້າຫຼັກ
ການຢາພື້ນເມືອງ
ຫລັກສູດປະລິນຍາຕີ
ສາຂາການຢາພື້ນເມືອງ
ຄາດໝາຍຜົນການຮຽນ

ດ້ານຄວາມຮູ້ :
- ມີຄວາມຮູ້ໃນການສະໜອງຂໍ້ມູນ, ການໃຫ້ຄໍາແນະນຳປຶກສາການນຳໃຊ້, ການຈັດຫາ, ການຄວບຄຸມ, ການເກັບຮັກສາຢາ ແລະ ຜະລິດຕະພັນເພື່ອສຸຂະພາບໃຫ້ສົມເຫດສົມຜົນ.
- ເຂົ້າໃຈກ່ຽວກັບການຢາພື້ນເມືອງໂດຍສະເພາະການຈຳແນກຊັບພະຍາກອນທີ່ເປັນຢາ, ຖອດຮີດສ່ວນປະກອບທີ່ມີປະສິດທິທາດ, ຜະລິດຢາພື້ນເມືອງ, ການແນະນຳໃນການນຳໃຊ້ ແລະ ກວດກາຄຸນນະພາບຂອງຜະລິດຕະພັນຢາພື້ນເມືອງ ແລະ ຜະລິດຕະພັນເພື່ອສຸຂະພາບ.

ດ້ານທັກສະ:
- ມີທັກສະ ແລະ ສາມາດສະໜອງຂໍ້ມູນ, ການໃຫ້ຄໍາແນະນຳປຶກສາການນຳໃຊ້, ການຈັດຫາ, ຄວບຄຸມ, ການເກັບຮັກສາຢາ ແລະ ຜະລິດຕະພັນເພື່ອສຸຂະພາບໃຫ້ແກ່ຄົນເຈັບ.
- ມີທັກສະ ແລະ ສາມາດໃນການໃຫ້ຄຳແນະນຳການນຳໃຊ້, ການຈຳແນກຊັບພະຍາ ກອນທີ່ເປັນຢາ, ຖອດຮີດສ່ວນປະກອບທີ່ມີປະສິດທິທາດ, ຜະລິດ ແລະ ກວດກາຄຸນນະພາບຂອງຜະລິດຕະພັນຢາພື້ນເມືອງ ແລະ ຜະລິດຕະພັນເພື່ອສຸຂະພາບ.

ດ້ານການນຳໃຊ້:
- ມີຄວາມສາມາດນຳໃຊ້ຄວາມຮູ້ ແລະ ທັກສະທີ່ໄດ້ເຂົ້າໃນວຽກງານການສະໜອງຂໍ້ມູນ, ການໃຫ້ຄໍາແນະນຳປຶກສາການນຳໃຊ້, ການຈັດຫາ, ຄວບຄຸມ, ການເກັບຮັກສາຢາ ແລະ ຜະລິດຕະພັນເພື່ອສຸຂະພາບໃຫ້ສົມເຫດສົມຜົນ.
- ມີຄວາມສາມາດນຳໃຊ້ຄວາມຮູ້ ແລະ ທັກສະທີ່ໄດ້ເຂົ້າໃນວຽກງານການໃຫ້ຄຳແນະນຳການນຳໃຊ້, ການຈຳແນກຊັບພະຍາ ກອນທີ່ເປັນຢາ, ຖອດຮີດສ່ວນປະກອບທີ່ມີປະສິດທິທາດ, ຜະລິດ ແລະ ກວດກາຄຸນນະພາບຂອງຜະລິດຕະພັນຢາພື້ນເມືອງ ແລະ ຜະລິດຕະພັນເພື່ອສຸຂະພາບ.

ດ້ານທັກສະທາງສັງຄົມ:
- ເປັນຜູ້ທີ່ມີຄຸນນະທຳ, ຈາລິຍາທຳແລະຈັນຍາບັນທາງດ້ານວິຊາຊີບ, ມີຄວາມສາມາດເຮັດວຽກເປັນໝູ່ຄະນະແລະເຮັດວຽກຮ່ວມກັບອົງການຈັດຕັ້ງສາກົນຢູ່ພາຍໃນແລະຕ່າງປະເທດໄດ້.
- ສາມາດໃຫ້ຄຳແນະນຳທາງດ້ານເພສັຊກັມ ແລະ ການຢາພື້ນເມືອງໃຫ້ແກ່ພະນັກງານສາທາລະນະສຸກ ແລະ ປະຊາຊົນທົ່ວໄປ.

ການຈັດແບ່ງໝວດວິຊາ:
ສາຂາການຢາພື້ນເມືອງລາວ: ຈໍານວນໜ່ວຍກິດລວມ 172ໜ່ວຍກິດ.