ຄະນະເພສັຊສາດ
ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ
ໜ້າຫຼັກ
ບໍລິບານເພສັຊກັມ
ຫລັກສູດປະລິນຍາຕີ
ສາຂາບໍລິບານເພສັຊກັມ
ຄາດໝາຍຜົນການຮຽນ

ດ້ານຄວາມຮູ້ :
- ມີຄວາມຮູ້ທາງດ້ານການບໍລິບານເພສັຊກັມແລະເພສັຊກັມຄລີນິກ, ກວມເອົາທາງດ້ານການບໍລິຫານຈັດການດ້ານເພສັຊກັມການບໍລິຫານຄຸ້ມຄອງຢາ, ສະໜອງຢາທີ່ມີປະສິດຕິພາບ, ມີຄວາມປອດໄພ, ຄຸ້ມຄ່າຄຸ້ມລາຄາແລະສົມເຫດສົມຜົນ.

ດ້ານທັກສະ:
- ມີທັກສະທາງດ້ານການບໍລິຫານຄຸ້ມຄອງຢາ, ມີທັກສະໃນການປະເມີນບັນຫາທີ່ເກີດຈາກຢາ, ມີທັກສະໃນການແກ້ໄຂບັນຫາທີ່ເກີດຈາກຢາ, ມີທັກສະໃນການແນະນໍາວິທີການນໍາໃຊ້ຢາ ແລະການປະຕິບັດໂຕທີ່ຖືກຕ້ອງແກ່ຄົນເຈັບ ແລະ ມີທັກສະທີ່ດີໃນການພົວພັນ, ເຮັດວຽກກັບທີມວິຊາຊີບສຸຂະພາບອື່ນເຊັ່ນທ່ານໝໍ, ພະຍາບານ ເປັນຕົ້ນ.
- ມີທັກສະໃນການຄົ້ນຄ້ວາວິທະຍາສາດເພື່ອມາພັດທະນາວຽກງານທາງດ້ານການບໍລິບານເພສັຊກັມ.

ດ້ານການນຳໃຊ້:
- ມີຄວາມສາມາດນໍາໃຊ້ຄວາມຮູ້ແລະທັກສະເຂົ້າໃນການເຮັດວຽກຕົວຈິງໃຫ້ມີປະສິດຕິພາບ.ການເຮັດວຽກຕົວຈິງແມ່ນກວມລວມເອົາໝົດທຸກຂົງເຂດວຽກງານເພສັຊກັມທັງພາຍໃນແລະສາກົນ.

ດ້ານທັກສະທາງສັງຄົມ:
- ມີຄວາມສາມາດໃນການເຜີຍແຜ່ຄວາມຮູ້ ແລະນໍາສະເໜີຂໍ້ມູນຂ່າວສານດ້ານຢາທີ່ຖືກຕ້ອງແກ່ສັງຄົມ.ພ້ອມນັ້ນກໍ່ຍັງສາມາດເຮັດວຽກຕາມຈັນຍາບັນວິຊາຊີບຂອງຕົນເພື່ອຊ່ວຍເຫຼືອສັງຄົມໃຫ້ມີການນໍາໃຊ້ຢາຖືກຕ້ອງ, ເໝາະສົມ, ປອດໄພແລະຍົກສູງຄຸນນະພາບຊີວິດຂອງຄົນໃນສັງຄົມ.

ການຈັດແບ່ງໝວດວິຊາ: