ຄະນະເພສັຊສາດ
ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ
ໜ້າຫຼັກ
ວິທະຍາສາດເພສັຊກັມ
ຫລັກສູດປະລິນຍາຕີ
ສາຂາວິທະຍາສາດເພສັຊກັມ
ຄາດໝາຍຜົນການຮຽນ

ດ້ານຄວາມຮູ້ :
- ມີຄວາມຮູ້ໃນການສະໜອງ ແລະ ບໍລິຫານຈັດການຂໍ້ມູນດ້ານຢາ ແລະ ຜະລິດຕະພັນເພື່ອສຸຂະພາບ;
- ເຂົ້າໃຈກ່ຽວກັບ ຫຼັກການ ການຜະລິດ, ການວິໄຈ, ການກວດກາຄຸນນະພາບວັດຖຸດິບ, ຜະລິດຕະພັນຢາຫຼວງ, ຢາພື້ນເມືອງ, ອາຫານ, ເຄື່ອງດື່ມ, ອາຫານເສີມສຸຂະພາບ (ອາຫານເສີມ) ແລະ ເຄື່ອງສຳອາງ;

ດ້ານທັກສະ:
- ມີຄວາມສາມາດໃຫ້ຄຳແນະນຳປືກສາ ກ່ຽວກັບການນຳໃຊ້ຢາສົມເຫດສົມຜົນ, ເຄື່ອງສຳອາງ ແລະ ອາຫານເສີມສຸຂະພາບ ໃຫ້ແກ່ພະນັກງານແພດສາທາລະນະສຸກ ແລະ ປະຊາຊົນ;
- ມີຄວາມສາມາດ ໃນການຜະລິດ, ການວິໄຈ, ການກວດກາຄຸນນະພາບວັດຖຸດິບ, ຜະລິດຕະພັນຢາຫຼວງ, ຢາພື້ນເມືອງ, ອາຫານ, ເຄື່ອງດື່ມ, ອາຫານເສີມສຸຂະພາບ (ອາຫານເສີມ) ແລະ ເຄື່ອງສຳອາງໃນຮູບແບບຕ່າງໆຈາກສານເຄມີ ແລະ ສານຈາກທຳມະຊາດ;

ດ້ານການນຳໃຊ້:
ສາມາດນຳໃຊ້ຄວາມຮູ້ທາງດ້ານທິດສະດີ ແລະ ຫຼັກການເຂົ້າໃນການປະຕິບັດຕົວຈິງ ໃນວຽກງານການຜະລິດ, ການຄວບຄຸມຄຸນນະພາບ ແລະ ການເຮັດບົດຄົ້ນຄ້ວາວິທະຍາສາດ ເພື່ອພັດທະນາຄຸນນະພາບຂອງຜະລິດຕະພັນຢາຫລວງ, ຢາພື້ນເມືອງ, ອາຫານ, ເຄື່ອງດື່ມ, ອາຫານເສີມສຸຂະພາບ (ອາຫານເສີມ) ແລະ ເຄື່ອງສຳອາງໃນຮູບແບບຕ່າງໆຈາກສານເຄມີ ແລະ ສານຈາກທຳມະຊາດ.

ດ້ານທັກສະທາງສັງຄົມ:
ຕ້ອງເປັນຄົນທີ່ມີຄຸນສົມບັດ, ມີສິນທຳປະຕິວັດແລະ ຈັນຍາບັນທາງດ້ານວິຊາຊີບ, ມີຄວາມສາມາດເຮັດວຽກເປັນໝູ່ຄະນະ ແລະ ເຮັດວຽກຮ່ວມກັບອົງການຈັດຕັ້ງສາກົນທັງພາຍໃນ ແລະ ຕ່າງປະເທດໄດ້.

ການຈັດແບ່ງໝວດວິຊາ: